ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາແຂວງຊຽງຂວາງ

H.E. Prime Minister of the Lao PDR paid a visit to UXO Lao Xiengkhuang Province

ໃນຕອນເຊົ້າມື້ນີ້, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈາກຂັ້ນສູນກາງ ແລະ ຂັ້ນແຂວງ ໄດ້ໃຫ້ກຽດ ຢ້ຽມຢາມຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຊຽງຂວາງ.

ພ້ອມດຽວກັນນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ລົງຢ້ຽມຢາມສະໜາມເກັບກູ້ລະເບີດບໍ່ທັນແຕກ ທີ່ ບ້ານ ຍວນທອງ ເມືອງແປກ ເພື່ອຮັບຊົມ ການປະຕິບັດວຽກງານພາກສະໜາມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງພະນັກງານໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຊຽງຂວາງ. ໃນໂອກາດນີ້ ພະນະທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ທໍາລາຍລະເບີດບໍ່ທັນແຕກໃນສະໜາມ ດ້ວຍຕົວທ່ານເອງອີກດ້ວຍ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍຂອບໃຈ ພະນະທ່ານ ນາຍົກລັດຖະມົນຕີ ທີ່ໃຫ້ກຽດມາຢ້ຽມຢາມພວກເຮົາໃນຄັ້ງນີ້ຢ່າງສຸດໃຈ.

 

This morning, His Excellency Mr. Thongloun SISOULITH, Prime Minister of the Lao PDR and his delegation from central and provincial authorities paid a visit to UXO Lao Xiengkhuang Province.

At the same time, Prime Minister Thongloun also visited UXO Lao’s clearance site in Nyuane Thong Village of Pek District to see UXO Lao field staff working on the site to addressing UXO issues. On this occasion, Prime Minster Thongloun also helped UXO Lao team to demolished UXOs at the site by himself.

UXO Lao would like to wholeheartedly thanks Prime Minister Thongloun for visiting us today.

UXO LAO, P.O. Box 345, Vientiane , Lao PDR
Tel: (+856-21) 418125-6, Fax: (+856-21) 418124 E-mail: This email address is being protected from spambots. You need JavaScript enabled to view it.
Website: http://www.uxolao.gov.la or http://www.uxolao.org