ຄກລ ຕ້ອນຮັບຄະນະສະມາຊິກພັກຂັ້ນສູງຂອງ ສະຫະລັດອາເມລິກາ ທີ່ແຂວງ ຫຼວງພະບາງ

     UXO Lao Welcomed U.S. High-Level Political Party at Louang Prabang Province

ໃນວັນສຸກທີ່ຜ່ານມາ, 28 ກໍລະກົດ 2017, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ຕ້ອນຮັບຄະນະສະມາຊິກພັກຂັ້ນສູງຂອງ ສະຫະລັດອາເມລິກາ; ທ່ານ ເອກອັກຄະ ລັດຖະທູດ ສະຫະລັດອາເມລິກາ ປະຈໍາ ສປປ ລາວ ແລະ ຄະນະຈາກກະຊວງທີ່ກ່ຽວຂ້ອງຂັ້ນສູນກາງຂອງ ສປປ ລາວ ທີ່ມາຢ້ຽມຢາມ ສູນຢ້ຽມຢາມໂຄງການເກັບກູ້ລະເບີດ ຢູ່ທີ່ ແຂວງ ຫຼວງພະບາງ.

Last Friday, July 28, 2017, UXO Lao welcomed the U.S. Delegation High Level Political Party; U.S. Ambassador to the Lao PDR and Lao Government staff from Ministry concerned visited to UXO Visitor Center in Louang Prabang Province.

ໃນໂອກາດນີ້, ຄະນະຜູ້ແທນທີ່ມາຢ້ຽມຢາມ ໄດ້ຮັບຟັງການລາຍງານຫຍໍ້ຈາກທ່ານ ຫຸມພັນ ຈັນທະວົງ, ຫົວໜ້າ ຫ້ອງການໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາແຂວງ ຫຼວງພະບາງ ກ່ຽວກັບ ສະພາບບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ທີ່ແຂວງ ຫຼວງພະບາງ, ພ້ອມທັງຜົນສໍາເລັດຂອງວຽກງານຕ່າງໆ ນັບຕັ້ງແຕ່ ຫ້ອງການ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫຼວງພະບາງ ໄດ້ສ້າງຕັ້ງຂຶ້ນໃນປີ 1998 ຈົນເຖິງປະຈຸບັນ.

On this occasion, the delegation was briefed by Mr. Houmphanh Chanthavong, Director of UXO Lao Louang Prabang Office about the UXO problems in Louang Prabang Province and UXO Lao works in Louang Prabang, detailing progress so far of operations and achievements since UXO Lao Louang Prabang Office was established in 1998 to present.

ພາຍຫຼັງຄະນະຜູ້ແທນໄດ້ທ່ຽວຊົມຫ້ອງວາງສະແດງລູກລະເບີດເປົ່າ ຢູ່ທີ່ ສູນຢ້ຽມຢາມໂຄງການເກັບກູ້ລະເບີດແລ້ວ ກໍ່ໄດ້ເດີນທາງໄປຍັງສະໜາມເກັບກູ້ລະເບີດ ທີ່ ບ້ານ ພິກໃຫຍ່, ເມືອງ ຫຼວງພະບາງ. ການຢ້ຽມຢາມສະໜາມ ແມ່ນໃຊ້ເວລາຢູ່ 40 ນາທີ ເພື່ອຮັບຟັງການລາຍງານຫຍໍ້ ກ່ຽວກັບ ຂະບວນການໃນການເຮັດວຽກ ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ເຊິ່ງລາຍງານໂດຍນັກວິຊາການທໍາລາຍລະເບີດຂັ້ນສູງຂອງ ຄກລ ແຂວງ ຫຼວງພະບາງ. ຈາກນັ້ນ ຄະນະຜູ້ແທນ ກໍ່ໄດ້ ເຂົ້າຊົມສະໜາມເກັບກູ້ລະເບີດ ເພື່ອເບິ່ງລະເບີດທີ່ທີມງານເກັບກູ້ ສາມາດກວດພົບໄດ້ໃນມື້ນັ້ນ, ກ່ອນເດີນທາງກັບ ຕາງໜ້າຄະນະຜູ້ແທນ 1 ທ່ານ ໄດ້ທໍາລາຍ ລະເບີດລູກຫວ່ານ ຫຼື ລະເບີດບົ່ມບີ່ (ປະເພດ BLU 26), ຈໍານວນ 09 ໜ່ວຍ ຢູ່ທີ່ສະໜາມແຫ່ງນັ້ນອີກດ້ວຍ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຂອບໃຈມາຍັງຄະນະຜູ້ແທນຈາກສະຫະລັດອາເມລິກາ ທີ່ໃຫ້ກຽດມາຢ້ຽມຢາມໃນຄັ້ງນີ້ ແລະ ຫວັງວ່າຈະໄດ້ຕ້ອນຮັບ ການມາຢ້ຽມຢາມອີກໃນຄັ້ງຕໍ່ໆໄປ.

Once all delegation finished touring around and see display of all type of UXOs (Free From Explosive) at the visitor center, all delegation was then travelled to a UXO clearance site in Phik Gnai Village, Louangprabang District. The delegation spent 40 minutes at the site listened to UXO Lao’s operations processes which briefed by a senior EOD, followed by exploring the site to see UXO in which the clearance team have found on that day. Before leaving, one of the delegation also helped clearance team to demolished 9 items of BLU-26 cluster munitions or bombies on that site.

UXO Lao would like to express our sincere thanks to the U.S. Delegation for this visit and sincerely hope to welcome again for the next visits.

UXO LAO, P.O. Box 345, Vientiane , Lao PDR
Tel: (+856-21) 418125-6, Fax: (+856-21) 418124 E-mail: This email address is being protected from spambots. You need JavaScript enabled to view it.
Website: http://www.uxolao.gov.la or http://www.uxolao.org